ກ່ຽວກັບໂຄງການ

ປະຫວັດຄວາມເປັນມາຂອງໂຄງການ

ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 (AFN II) ແມ່ນໂຄງການສືບຕໍ່ຈາກໂຄງການກະສິກຳເພື່ອໂພຊະນາການໄລຍະ 1 ທີ່ໄດ້ຮັບທຶນສະຫນັບສະຫນູນຈາກ ກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ແລະ ອົງການອາຫານໂລກ (WFP). ລັດຖະບານແຫ່ງ ສປປ ລາວ ໄດ້ຮັບທຶນຊ່ວຍເຫຼືອລ້າເພິ້ມອີກຈາກ ອົງການແຜນງານກະສິກຳ ແລະ ຄ້ຳສະບຽງອາຫານໂລກ (GAFSP) ຈຳນວນ 20 ລ້ານໂດລາສະຫະລັດ ແລະ ທຶນກູ້ຢືມຈາກ  ກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ຈຳນວນ 13,2 ລ້ານໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດໂຄງການໄລຍະ 2.

ໃນຊ່ວງໄລຍະສອງທົດສະວັດທີ່ຜ່ານມາ ເສດຖະກິດຂອງ ສປປ ລາວ ໄດ້ມີການຫັນປ່ຽນຢ່າງໄວວາ, ມີການຂະຫຍາຍຕົວຢ່າງເຂັ້ມແຂງ ແລະ ມີການລົງທຶນຂະຫນາດໃຫຍ່ ເຂົ້າໃນຂະແຫນງຊັບພະຍາກອນທຳມະຊາດ (ໄຟຟ້ານ້ຳຕົກ, ບໍ່ແຮ່, ສຳປະທານທີ່ດິນ) ແລະ ພື້ນຖານໂຄງລ່າງ (ທາງລົດໄຟ, ທາງດ່ວນ). ແຕ່ເຖິງຢ່າງໃດກໍ່ຕາມ, ນັບຕັ້ງແຕ່ເລິ້ມມີການແຜ່ລະບາດຂອງ ພະຍາດໂຄວິດ-19 ໃນປີ 2020, ການພັດທະນາເສດຖະກິດສັງຄົມ ເລິ້ມພົບກັບຄວາມຫຍຸ້ງຍາກ ຈາກຄວາມບໍ່ຫມັ້ນຄົງຂອງເສດຖະກິດມະຫາພາກ (ຫນິ້ສາທາລະນະ, ອັດຕາເງິນເຟີ້, GDP ຂະຫຍາຍຕົວຊ້າ), ອັດຕາການຫວ່າງງານເພິ້ມຂຶ້ນ, ຄວາມບໍ່ສະເຫມີພາບເພິ້ມຂຶ້ນ, ແລະ ຄວາມອ່ອນໄຫວຕໍ່ການປ່ຽນແປງສະພາບດິນຟ້າອາກາດເພິ້ມຂຶ້ນ, ການເຊື່ອມໂຊມຂອງສິ່ງແວດ, ແລະ ແຮງກະທົບຕ່າງໆ (ເຊັ່ນ ເສດຖະກິດ, ສຸຂະພາບ, ແລະ ທຳມະຊາດ). ສິ່ງທ້າທາຍເລົ່ານິ້ ຮຸນແຮງຂຶ້ນ ຈາກຜົນກະທົບຂອງຫ່ວງໂຊ້ອຸປະທານທົ່ວໂລກ ເຊິ່ງເກີດຈາກຄວາມຂັດແຍ່ງຢູ່ໃນປະເທດຢູເຄຣນ.

ຂະແຫນງກະສິກຳ ຍັງມີຄວາມສຳຄັນຫຼາຍ ຕໍ່ພາກເສດຖະກິດຂອງຊົນນະບົດ, ມີການຈ້າງງານຫຼາຍກວ່າ 60% ຂອງກຳລັງແຮງງານທັງຫມົດ (64% ແມ່ນແມ່ຍິງ), ແຕ່ແຮງງານພາກກະສິກຳ ສ່ວນໃຫຍ່ແມ່ນເຮັດເປັນຂະຫນາດນ້ອຍ ນຳໃຊ້ແຮງງານຂອງຕົນເອງ ແລະ ເພື່ອບໍລິໂພກພາຍໃນຄອບຄົວເປັນຫຼັກ. ເຖິງຢ່າງໃດກໍ່ຕາມ, ກຸ່ມຄົນທີ່ມີຄວາມສ່ຽງຢູ່ໃນພື້ນທີ່ຊົນນະບົດ ມີສູງກວ່າຢູ່ໃນພື້ນທີ່ໃນເມືອງສາມເທົ່າ, ແລະ ຄົວເຮືອນຢູ່ໃນຊົນນະບົດ ໄດ້ຮັບຜົນກະທົບຢ່າງບໍ່ສົມສ່ວນຈາກຄວາມທຸກຍາກ, ຄວາມບໍ່ຫມັ້ນຄົງດ້ານສະບຽງອາຫານ, ແລະ ການຂາດໂພຊະນາການ.

ຈາກຜົນສຳເລັດ ແລະ ບົດຮຽນທີ່ຖອດຖອນໄດ້ຈາກໂຄງການໄລຍະທຳອິດ, ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ມີເປົ້າຫມາຍແນໃສ່ ແກ້ໄຂບັນຫາການພັດທະນາທີ່ໄດ້ກ່າວມາເບື້ອງຕົ້ນ ໂດຍການລົງທຶນໃສ່ດ້ານໂພຊະນາການ, ການສະຫນັບສະຫນູນການຜະລິດກະສິກຳ ແລະ ປັບດັດຕາມແນວທາງການປ່ຽນແປງດ້ານບົດບາດຍິງຊາຍ.​ ໂຄງການກະສິກຳເພື່ອໂພຊະນາການໄລະຍ 1 (AFN I) ໄດ້ສະແດງໃຫ້ເຫັນແລ້ວວ່າ ການສົ່ງເສີມການເຮັດກະສິກຳແບບຍືນຍົງທີ່ມີຄວາມທົນທານຕໍ່ການປ່ຽນແປງສະພາບດິນຟ້າອາກາດ ແລະ ການສ້າງຄວາມອາດສາມາດໃຫ້ອົງກອນຂອງຊຸມຊົນທ້ອງຖິ່ນ ເຮັດໃຫ້ລາຍຮັບຂອງຄົວເຮືອນເພິ້ມຂຶ້ນ ແລະ ສົ່ງຜົນຕໍ່ການປັບປຸງດ້ານໂພຊະນາການຢ່າງມີຄວາມຫມາຍສຳຄັນ. ໂດຍນຳໃຊ້ແນວທາງການກະຈາຍອຳນາດລົງສູ່ທ້ອງຖິ່ນ ແລະ ຂະບວນການວາງແຜນ ໂດຍອີງໃສ່ຄວາມຕ້ອງການຂອງຊຸມຊົນເປັນຫຼັກ ເຮັດໃຫ້ຊຸມຊົນມີຄວາມຮູ້ສຶກເປັນເຈົ້າຂອງ, ມີຄວາມຍືນຍົງ ແລະ ເຮັດໃຫ້ແມ່ຍິງຢູ່ໃນເຂດຊົນນະບົດ ໂດຍສະເພາະແມ່ຍິງຊົນເຜົ່າ ມີບົດບາດເພິ້ມຂຶ້ນທີ່ເຫັນໄດ້ຢ່າງຊັດເຈນ.

ໄລຍະເວລາຂອງການຈັດຕັ້ງປະຕິບັດໂຄງການ ແມ່ນ 7 ປີ, ເລິ້ມແຕ່ ເດືອນກໍລະກົດ 2023 ຈົນຮອດ ເດືອນມິຖຸນາ 2030.

ຈຸດປະສົງຂອງໂຄງການ

ຈຸດປະສົງລວມຂອງໂຄງການ ແມ່ນເພື່ອຊ່ວຍເຫຼືອຄົວເຮືອນ ທີ່ມີດ້ອຍໂອກາດ ຈຳນວນ 28,000 ຄົວເຮືອນ ທີ່ຢູ່ໃນເຂດພື້ນທີ່ໂຄງການ ໃຫ້ມີລາຍຮັບເພິ້ມຂຶ້ນ 20% ພາຍໃນປີ 2030.

ຈຸດປະສົງສະເພາະຂອງໂຄງການ ແມ່ນເພື່ອຊ່ວຍຄົວເຮືອນ ທີ່ດ້ອຍໂອກາດ ຈຳນວນ 28,000 ຄົວເຮືອນ ທີ່ຢູ່ໃນເຂດພື້ນທີ່ໂຄງການ ສາມາດຍົກລະດັບຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການ, ເພີ້ມຄວາມສາມາດໃນການຮັບມືຕໍ່ການປ່ຽນແປງສະພາບດິນຟ້າອາກາດ ແລະ ເພີ່ມລາຍຮັບ ຂອງຊາວ ກະສິກອນ ພາຍໃນ ປີ 2030.

ອົງການຜູ້ໃຫ້ທຶນ

ພື້ນທີ່ເປົ້າໝາຍຂອງໂຄງການ

ໂຄງການຈະຈັດຕັ້ງປະຕິບັດຢູ່ 500 ບ້ານ ໃນ 20 ເມືອງ ຂອງແຂວງຜົ້ງສາລີ, ອຸດົມໄຊ, ຊຽງຂວາງ, ສາລະວັນ ແລະ ອັດຕະປື.

ຈາກບ້ານເປົ້າຫມາຍທັງຫມົດ 500 ບ້ານ, 125 ບ້ານ ຈະແມ່ນບ້ານເປົ້າຫມາຍເກົ່າ ຂອງໂຄງການກະສິກຳເພື່ອໂພຊະນາການໄລຍະ 1 ແລະ ອີກ 375 ບ້ານ ຈະແມ່ນບ້ານ ເປົ້າຫມາຍໃຫມ່ ເຊິ່ງກວມເອົາບ້ານເປົ້າ ຫມາຍເກົ່າຂອງໂຄງການ FNML ທີ່ໄດ້ຮັບທຶນສະຫນັບສະຫນູນຈາກອົງການ IFAD ແລະ ເຄີຍຈັດຕັ້ງປະຕິບັດຢູ່ສາມ ແຂວງພາກໃຕ້ໄລຍະຜ່ານມາ.

ແຂວງເມືອງຈຸດສຸມເມືອງບໍ່ເປັນຈຸດສຸມຈນ ເມືອງຈນ ບ້ານ
ຜົ້ງສາລີບຸນໃຕ້, ສຳພັນ, ຂວາຜົ້ງສາລີ, ຍອດອູ5125
ອຸດົມໄຊຫຼາແບງ, ງາ, ປາກແບງ4100
ຊຽງຂວາງໜອງແຮດໝອກ250
ສາລະວັນສະໝ້ວຍ, ຕະໂອ້ຍ, ຕຸ້ມລານ375
ເຊກອງດາກຈຶງ, ກະລຶມ, ລະມາມ375
ອັດຕະປືຊານໄຊ, ສະໜາມໄຊ, ພູວົງ375
6 ແຂວງ5 ເມືອງ15 ເມືອງ20500

ກຸ່ມເປົ້າຫມາຍ

ປະຊາກອນກຸ່ມເປົ້າຫມາຍຂອງໂຄງການແມ່ນແນໃສ່ຊາວບ້ານ 168,000 ຄົນ ໃນ 28,000 ຄົວເຮືອນ. ປະຊາກອນກຸ່ມເປົ້າຫມາຍຈະປະກອບດ້ວຍ:

   (ກ) ແມ່ຍິງ (ຢ່າງຫນ້ອຍ 50%) ແລະ ເດັກນ້ອຍອາຍຸຕ່ຳກວ່າ 5 ປີ.
   (ຂ) ແມ່ຍິງຫນຸ່ມນ້ອຍ (ອາຍຸ 10-19 ປີ).
   (ຄ) ແມ່ຍິງໄວຈະເລີນພັນ (ອາຍຸ 15-49 ປີ) ລວມທັງ PBW
   (ງ) ຊາວຫນຸ່ມ (ອາຍຸ 15-35 ປີ)

ໂຄງການຈະໃຫ້ການສະຫນັບສະຫນູນຄົວເຮືອນທີ່ດ້ອຍໂອກາດ ແລະ ບຸກຄົນທີ່ຫນ້າຈະຖືກປະ ຖິ້ມໄວ້ເບື້ອງຫຼັງ ເຊັນ: ຄົວເຮືອນທີ່ມີຫົວຫນ້າຄອບຄົວເປັນແມ່ຍິງ (2%), ຄົນເສຍອົງຄະ (2%), ກຸ່ມຊົນເຜົ່າທີ່ບໍ່ແມ່ນເຜົ່າລາວ-ໄຕ (ຢ່າງຫນ້ອຍ 70%). ໂຄງການກະສິກຳເພື່ອໂພຊະນາການໄລ ຍະ 2 ແມ່ນໂຄງການທີ່ເນັ້ນໃສ່ວຽກງານໂພຊະນາການ ແລະ ການຫັນປ່ຽນດ້ານບົດບາດຍິງຊາຍ.

ອົງປະກອບຂອງໂຄງການ

ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ປະກອບດ້ວຍ 3 ອົງປະກອບຫຼັກ:

ອົງປະກອບ 1:

ບັນດາກິດຈະການກ່ຽວກັບໂພຊະນາການ ແບບຊຸມຊົນຂັບເຄື່ອນ ແລະ ອີງຕາມທ່າແຮງທາງຊັບພະຍາກອນທຳມະຊາດ ໄດ້ຖືກສ້າງຕັ້ງຂຶ້ນ

ອົງປະກອບຍ່ອຍ 1a: ສະຖານະພາບ ດ້ານໂພຊະນາຂອງແມ່ຍິງ, ເດັກນ້ອຍ, ຍິງໜຸ່ມ ແລະ ກຸ່ມທີ່ມີຄວາມບອບບາງ ອື່ນໆໄດ້ຖືກປັບປຸງໃຫ້ດີຂຶ້ນ.

ຄາດຫມາຍຜົນໄດ້ຮັບ: 

  1.  28,000 ຄົວເຮືອນ ໄດ້ ຮັບການປັບປຸງ ດ້ານການບໍລິການ ໂພຊະນາການ ແລະ ການຝຶກອົບຮົມ; 
  2. 15,000 ຄົນ, ສ່ວນໃຫຍ່ແມ່ນແມ່ຍິງ, ໄດ້ຮັບທຶນສວນຄົວ ແລະ ໄດ້ຮັບການຝຶກ ອົບຮົມ; ແລະ 
  3. 400 ບ້ານ ໄດ້ຮັບການສະຫນັບສະຫນູນ ເລື່ອງການຖະຫນອມ ແລະ ເກັບຮັກສາອາຫານ, ລວມທັງທະນາຄານເຂົ້າ 250 ແຫ່ງ.

ອົງປະກອບຍ່ອຍ 1b: ຜະລິດຕະພາບ ດ້ານການຜະລິດຂອງຜະລິດຜົນກະສິກຳທີ່ເລືອກເຟັ້ນໄດ້ຖືກປັບປຸຸງດີຂຶນ.

ຄາດຫມາຍຜົນໄດ້ຮັບ: 

  1. 22,400 ຄົວເຮືອນ ໄດ້ຮັບ ການສະຫນັບສະຫນູນທຶນ ແລະ ເປັນສະມາຊິກກຸ່ມຜະລິດກະສິກຳ (APGs);
  2. 10,000 ຄົວເຮືອນ ໄດ້ຮັບປັດໃຈນຳເຂົ້າ ຫຼື ການບໍລິການ ດ້ານການປັບຕົວເຂົ້າ ກັບການປ່ຽນແປງສະພາບດິນຟ້າອາກາດ ຫຼື ການຈັດຕັ້ງປະຕິບັດກະສິກຳແບບຍືນຍົງ;
  3. ເນື້ອທີ່ດິນ 68,000 ຮຕ ໄດ້ຮັບການ ປັບປຸງ ແລະ ສະຫນັບສະຫນູນ ການຜະລິດກະສິກຳ; ແລະ
  4. 960 ຫົວຫນ່ວຍການຜະລິດທ້ອງຖິ່ນ ໄດ້ຮັບການ ສະຫນັບສະຫນູນ (ກຸ່ມຜະລິດ 860 ກຸ່ມ ແລະ ກຸ່ມຊົມໃຊ້ນ້ຳ 100 ກຸ່ມ).

ອົງປະກອບ 2: ຄູ່ຮ່ວມທຸລະກິດ ແລະ ການເຂົ້າເຖິງຕະຫຼາດ ໄດ້ຮັບການປັບປຸງດີຂຶ້ນ.

ອົງປະກອບ2 ແນໃສ່ປັບປຸງການເຂົ້າເຖິງຕະຫຼາດ, ການປຸງແຕ່ງ, ແລະ ການ ເກັບມ້ຽນ ເຊິ່ງມີຄາດຫມາຍຜົນໄດ້ຮັບດັ່ງນິ້: 

  1. ສ້າງ ຫຼື ສ້ອມແປງສິ່ງອຳນວຍ ຄວາມສະດວກໃນການປຸງແຕ່ງ, ສາງເກັບມ້ຽນ ແລະ ຕະຫຼາດ (ສ້າງເກັບມ້ຽນ, ບ່ອນເກັບຊື້, ອື່ນໆ);
  2. ສະຫນັບສະຫນູນ 600 ຫົວຫນ່ວຍການຜະລິດ (ກຸ່ມຜະ ລິດກະສິກຳ) ໃຫ້ມີສ່ວນຮ່ວມໃນການເປັນຄູ່ຮ່ວມງານຢ່າງເປັນທາງການ ຫຼື ເຮັດ ສັນຍາກັບຫນ່ວຍງານພາກລັດ ຫຼື ເອກະຊົນ ກ່ຽວກັບ ຮ່ວງໂສ້ມູນຄ່າອາຫານ ຜ່ານ ຮູບແບບການມີສ່ວນຮ່ວມຈາກຫຼາຍພາກສ່ວນ (MSP) ແລະ ການລົງທຶນຮ່ວມ;
  3. 50 SMEs ເຂົ້າຮ່ວມເຄືອຂ່າຍທຸລະກິດ SUN ໃນນາມສະມາຊິກໃໝ່ ແລະ ໄດ້ຮັບ ການພັດທະນາທຸລະກິດ, ສະຫນັບສະຫນູນດ້ານການຕະຫຼາດ ແລະ ເຂົ້າເຖິງ ແຫຼ່ງທຶນ; ແລະ
  4. ສ້ອມແປງເສັ້ນທາງຊົນນະບົດ.

ອົງປະກອບ 2:

ຄູ່ຮ່ວມທຸລະກິດ ແລະ ການເຂົ້າເຖິງຕະຫຼາດ ໄດ້ຮັບການປັບປຸງດີຂຶ້ນ

ອົງປະກອບ 3:

ສະພາບແວດລ້ອມ ທີ່ເອື້ອອຳນວຍ

ອົງປະກອບ 3 : ສະພາບແວດລ້ອມ ທີ່ເອື້ອອຳນວຍ.

ຄາດຫມາຍຜົນໄດ້ຮັບ: 

  1. ສຳເລັດ 30 ແຜນ/ຜະລິດຕະພັນຄວາມຮູ້ ກ່ຽວ ກັບຄວາມຫມັ້ນຄົງດ້ານສະບຽງອາຫານ ແລະ ຂະບວນການວາງ ແຜນໂພຊະນາການ ທີ່ເຮັດ ຮ່ວມກັບຫຼາຍພາກສ່ວນ ໂດຍເຊື່ອມໂຍງກັບແຜນໂພຊະ ນາການແຫ່ງຊາດ ແລະ ຂັ້ນຕອນການ ປະເມີນດ້ານສັງຄົມ, ສິ່ງແວດລ້ອມ ແລະ ດິນຟ້າອາກາດ ສຳລັບປີ 2021-2025;
  2. ສຳເລັດ ການສ້າງ 5 ຜະລິດຕະພັນຄວາມ ຮູ້ກ່ຽວກັບການຜະລິດກະສິກຳ, ການຄຸ້ມຄອງຊັບພະຍາກອນ ທຳມະຊາດ, ການສົ່ງ ເສີມອາຫານຈາກປ່າ, ແລະ ຄວາມຫມັ້ນຄົງທາງດ້ານ ອາຫານ/ໂພຊະນາ ການ ເຊິ່ງຈະປະກອບສ່ວນເຂົ້າໃນການເຈລະຈາດ້ານນະໂຍບາຍ ແລະ ການກະກຽມ ແຜນປະຕິ ບັດງານດ້ານໂພຊະນາການແຫ່ງຊາດ ແລະ ຂັ້ນຕອນການປະເມີນ ດ້ານສັງຄົມ, ສິ່ງແວດລ້ອມ ແລະ ດິນຟ້າອາກາດ ສຳລັບປີ 2026-2030; ແລະ
  3. ອົງ ການຈັດ ຕັ້ງທາງສັງຄົມ 40 ແຫ່ງ ປະກອບສ່ວນໂດຍກົງ ເຂົ້າໃນການສະຫນັບສະຫນູນຊຸມຊົນ ໃນການຈັດຕັ້ງປະຕິບັດແຜນໂພຊະ ນາການຂັ້ນບ້ານຂອງເຂົາເຈົ້າ ແລະ ການຈັດຕັ້ງປະຕິບັດກິດຈະກຳໂພຊະນາການອື່ນໆ ທີ່ມີແມ່ຍິງ, ຊາວຫນຸ່ມ, ກຸ່ມຊົນເຜົ່າ ແລະ ຜູ້ພິການ ເຂົ້າຮ່ວມ.

ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການ