ໂຄງການກະສິກຳເພື່ອໂພຊະນາການໄລຍະ 2
Agriculture for Nutrition Project Phase II
ສົ່ງເສີມຄວາມໝັ້ນຄົງດ້ານສະບຽງອາຫານ,
ໂພຊະນາການ, ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ສ້າງລາຍລາຍຮັບໃຫ້ແກ່ປະຊາຊົນ
ກ່ຽວກັບໂຄງການ
ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 (AFN II) ແມ່ນໂຄງການສືບຕໍ່ຈາກໂຄງການກະສິກຳເພື່ອໂພຊະນາການໄລຍະ 1 ທີ່ໄດ້ຮັບທຶນສະຫນັບສະຫນູນຈາກ ກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ແລະ ອົງການອາຫານໂລກ (WFP). ລັດຖະບານແຫ່ງ ສປປ ລາວ ໄດ້ຮັບທຶນຊ່ວຍເຫຼືອລ້າເພິ້ມອີກຈາກ ອົງການແຜນງານກະສິກຳ ແລະ ຄ້ຳສະບຽງອາຫານໂລກ (GAFSP) ຈຳນວນ 20 ລ້ານໂດລາສະຫະລັດ ແລະ ທຶນກູ້ຢືມຈາກ ກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ຈຳນວນ 13,2 ລ້ານໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດໂຄງການໄລຍະ 2.

ອົງການຜູ້ໃຫ້ທຶນ




ປື້ມຄູ່ມື ແລະ ເອກະສານໂຄງການ
ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ເມືອງສະມ້ວຍ - AFN II Samouay
ໃນລະຫວ່າງ ວັນທີ 04-15/07/2025 ທີ່ຜ່ານມາ ໂຄງການ ກະສິກໍາ ເພື່ອໂພຊະນາການ ໄລຍະ 2 ປະຈໍາ ເມືອງ ສະໝ້ວຍ ໄດ້ລົງ ສ້າງຕັ້ງ ວິຊາການບ້ານ ພາຍໃນ 10 ບ້ານ ເປົ້າໝາຍ 2025 ເຊິ່ງສາມາດ ສ້າງຕັ້ງ ວິຊາການບ້ານ ໄດ້ທັງໝົດ 20 ທ່ານ, ຍິງ 4 ທ່ານ ໃນນີ້ ວິຊາການ ການປູກຝັງ 10 ທ່ານ ແລະ ວິຊາການ ລ້ຽງສັດ 10 ທ່ານ
ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ເມືອງກະລຶມ - AFN II Kaleum
🌱ກອງປະຊຸມສະຫຼຸບທົບທວນການຈັດຕັ້ງປະຕິບັດວຽກງານໂຄງການກະສິກຳເພື່ອໂພສະນາການໄລຍະ2 ປະຈຳ 6 ເດືອນຕົ້ນປີ ແລະ ແຜນ 6 ເດືອນທ້າຍປີ 2025🌱
ໃນຄັ້ງວັນທີ 14/7/2025 ໂຄງການກະສິກຳເພື່ອໂພສະນາການໄລຍະ2 ໄດ້ຈັດກອງປະຊຸມສະຫຼຸບທົບທວນການຈັດຕັ້ງປະຕິບັດວຽກງານໃນໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2025 ໂດຍພາຍໄຕ້ການເປັນປະທານຂອງ ທ່ານ ສຸດສັກສິດ ຍິດແສນວັງ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງຜູ້ຊີ້ນຳຂົງເຂດເສດຖະກິດ, ມີບັນດາຜູ້ແທນເຂົ້າຮ່ວມຈາກຫຼາຍພາກສ່ວນຄື: ຄະນະຊີ້ນຳໂຄງການ, ກຳມະການຄຸ້ມຄອງໂຄງການ, ປະສານງານຈາກບັນດາຂະແໜງການອ້ອມຂ້າງເມືອງທີ່ເປັນຄູ່ຮ່ວມງານ, ພະນັກງານ WFP ປະຈຳເມືອງ ແລະ ວິຊາການທີ່ກ່ຽວຂ້ອງຂັ້ນເມືອງເຂົ້າຮ່ວມທັງໝົດ 28 ທ່ານ ຍີງ 7 ທ່ານ.
ພາຍຫຼັງຄະນະຈັດຕັ້ງພິທີໄດ້ກ່າວຈຸດປະສົງ, ສະເໜີແຂກ ປະທານກອງປະຊຸມກໍ່ໄດ້ກ່າວເປີດກອງປະຊຸມ ແລະ ໃຫ້ທິດຊີ້ນຳໂດຍຍົກໃຫ້ເຫັນຄາດໝາຍຕົ້ນຕໍຂອງກອງປະຊຸມໃຫ້ຜູ້ເຂົ້າຮ່ວມເຫັນໄດ້ຈຸດປະສົງ ແລະ ເປົ້າໝາຍ, ກອງປະຊຸມຍັງໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດໂຄງການໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2025 ຈາກຜູ້ປະສານງານຂັ້ນເມືອງ, ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງແຕ່ລະຕຳແໜ່ງງານທີ່ປະຈຳຢູ່ຂັ້ນເມືອງໂດຍສັງເຂບຈາກນັ້ນກໍ່ໄດ້ມີການເປີດກ້ວາງປະກອບຄຳຄິດຄຳເຫັນຂອງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ຢ່າງກົງໄປ - ກົງມາມີລັກຊະນະສ້າງສັນ.
ຜ່ານການຄົ້ນຄ້ວາປະກອບຄຳຄິດຄຳເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມປະທານກອງປະຊຸມກໍ່ໄດ້ສັງລວມ, ສະຫຼຸບ ແລະໃຫ້ທິດຊີ້ນຳ:
1. ໂດຍພື້ນຖານກອງປະຊຸມເຫັນດີເປັນເອກະພາບໂດຍສັງເຂບຕໍ່ບົດລາຍງານຜົນການຈັດຕັ້ງປະຕິບັດໂຄງການ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ2025
2. ຄະນະກຳມະການຄຸ້ມຄອງໂຄງການ, ຄູ່ຮ່ວມງານຕ້ອງໄດ້ເອົາໃຈໃສ່ໃນການປະຕິບັດພາລະບົດບາດ, ຊ່ວຍໃນການຈັດຕັ້ງປະຕິບັດໂຄງການ, ນຳພາຊາວບ້ານຫັນການຜະລິດແບບດັ້ງເດີມມາເປັນການຜະລິດແບບທັນສະໃໝນຳໃຊ້ເຕັກນິກເຂົ້າໃນການປູກ - ການລ້ຽງ ແລະ ຜະລິດເພືອເປັນສິນຄ້າຕອບສະໜອງໃຫ້ແກ່ຕະຫຼາດ.
3. ເອົາໃຈໃສ່ໃນການປະສານສົມທົບຮ່ວມກັບຄະນະກຳມະການ, ຄູ່ຮ່ວມງານໃນແຕ່ລະຂັ້ນໃຫ້ມີຄວາມສອດຄ່ອງກົມກຽວ, ໜັກແໜ້ນ ເຮັດວຽກຮ່ວມກັນໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ມີຜົນສຳເລັດ, ຊ່ວຍດຶງດູດທຶນຮອນເຂົ້າມາຈັດຕັ້ງປະຕິບັດກິດຈະກໍາຕ່າງໆຂອງໂຄງການ ແລະ ເຂົ້າເຖີງກຸ່ມເປົ້າໝາຍທີ່ຢູ່ໃນເຂດພື້ນທີ່ຂອງໂຄງການ.
4. ເອົາໃຈໃສ່ປະສານສົມທົບ, ຊຸກຍູ້ອຳນາດການປົກຄອງບ້ານເປົ້າໝາຍເພື່ອສຶບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກ ແລະ ກິດຈະກຳຕ່າງໆທີ່ໄດ້ຮັບຮອງໃຫ້ມີຜົນສຳເລັດ, ມີຄວາມຍືນຍົງສາມາດຍົກລະດັບຄວາມໝັ້ນຄົງທາງດ້ານສະບຽງອາຫານທີ່ມີໂພສະນາການ ແລະ ເສີມຂະຫຍາຍຄວາມພ້ອມຮັບມືກັບສະພາບດີນຟ້າອາກາດ ແລະ ເພີ່ມລາຍຮັບຂອງຄົວເຮືອນ.
5. ສຶບຕໍ່ປະສານສົມທົບກັບປະສານງານຂັ້ນແຂວງ, ປະສານງານຂັ້ນສູນກາງ ແລະ ບັນດາຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງໃນການຈັດຕັ້ງປະຕິບັດວຽກງານເປັນຕົ້ນ: ການປະກອບເນື້ອໃນເອກະສານຕ່າງໆຕາມຂໍ້ກຳນົດ, ລະບຽບການຂອງໂຄງການໃຫ້ຖືກຕ້ອງ, ສອດຄ່ອງ ແລະ ມີຄວາມວ່ອງໄວທັນຕາມກຳນົດໄລຍະເວລາ.
6. ມອບໃຫ້ຄະນະຊີ້ນຳ, ກຳມະການຄຸ້ມຄອງໂຄງການ, ຄະນະປະສານງານຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງທີ່ເປັນຄູ່ຮ່ວມງານສືບຕໍ່ເຄື່ອນໄຫວຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນ.
ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ເມືອງຕະໂອ້ຍ - AFN II TaOy
📌ໃນຄັ້ງວັນທີ 15 ກໍລະກົດ 2025 ທ່ານວຽງໄຊ ມະຫາທິລາດ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງຜູ້ຊີ້ນຳ ວຽກເສດຖະກິດ ແລະ ທ່ານນາງ ດວງພະຈັນ ພົມມີໄຊ ຮັກສາການຫົວຫນ້າ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ພ້ອມດ້ວຍທ່ານ ເພັດສຸພັນ ແກ້ວດວງສີ ຜູ້ປະສານງານໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ປະຈຳເມືອງຕະໂອ້ຍ ໄດ້ລົງຕິດຕາມ ຊຸກຍູ້ກິດຈະກຳ ຄອບຄົວເປົ້າຫມາຍຂອງໂຄງການ AFN-II ປະຈຳເມືອງຕະໂອ້ຍ
ແຈ້ງເຖິງ: ບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການ ຜູ້ທີ່ມີຄວາມໝາຍໃຈໃນການເຂົ້າຮ່ວມສົມທຽບລາຄາສໍາລັບແນວພັນ ແລະ ວັດສະດຸອຸປະກອນດັ່ງລຸ່ມນີ້:
1. ສະໝອງແນວພັນແບ້, ພ້ອມວັດສະດຸ ແລະ ອຸປະກອນໃຫ້ກຸ່ມການລ້ຽງແບ້
2. ສະໜອງແນວພັນໄກ່ລາດ ພ້ອມວັດສະດຸອຸປະກອນລ້ຽງໄກ່ໃຫ້ກຸ່ມການລ້ຽງໄກ່ລາດ
3. ສະໜອງແນວພັນຫຍ້າອາຫານສັດພ້ອມອຸປະກອນເຄື່ອງໃຊ້ ແລະ ເຄື່ອງຈັກໃຫ້ກຸ່ມປູກພືດອາຫານສັດ.
ຢູ່ ບ້ານ ສີ້ນຈ້າຍ ບ້ານເປົ້າໝາຍຂອງໂຄງການກະສິກໍາເພື່ອໂພຊະນາການໄລຍະ 2 ປະຈໍາ ເມືອງຜົ້ງສາລີ, ແຂວງຜົ້ງສາລີ.
ສາມາດຕິດຕໍ່ພົວພັນໄດ້ທີ່ເບີໂທ 02052290011 ຫຼື ສາມາດເຂົ້າມາພົວພັນຢູ່ທີຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ (ຫ້ອງການປະສານງານໂຄງການກະສິກໍາເພື່ອໂພຊະນາການໄລຍະ 2 ປະຈໍາເມືອງຜົ້ງສາລີ, ແຂວງຜົ້ງສາລີ).
ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການ



