Agriculture for Nutrition Project Phase II
Enhance food security, nutrition, climate resilience, and reducing poverty in Lao PDR
AFN II Context
The Government of Lao PDR (GoL) and IFAD (International Fund for Agricultural Development) have agreed to allocate part of the Twelfth Replenishment of IFAD’s Resources 2022-2024 (IFAD 12) to funding the second phase of the Agriculture for Nutrition Project (AFN II). Building on the results of the first phase of the Agriculture for Nutrition project, and with support from the International Fund for Agricultural Development (IFAD) and the World Food Programme (WFP), the Government of Lao PDR received new funding from the Global Agriculture and Food Security Programme (GAFSP) US$20 million to implement the project as outlined in the funding proposal. The GAFSP grant is complemented with an IFAD loan of US$13.2 million.
Funding Organizations




Project Documents and Manuals
ໃນວັນທີ 28 ສິງຫາ 2026 ທີ່ຜ່ານມາ, ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ເມືອງປາກແບງ - AFN II Pakbeng ໄດ້ມີການຈັດກອງປະຊຸມຜ່ານ ແລະ ຮັບຮອງເອົາບົດສະເໜີໂຄງການ ດ້ານພື້ນຖານໂຄງລ່າງ ຂອງໂຄງການກະສິກຳເພື່ອໂພຊະນາການ ຂຶ້ນຢູ່ທີ່ຫ້ອງປະຊຸມ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ ປາກແບງ, ແຂວງອຸດົມໄຊ.
ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານໂດຍ ທ່ານ ສົມໝາຍ ແກ້ວທອງຈັນ ຫົວໜ້າຫ້ອງການ ກະສິກຳ ແລະ ສິ່ງແວດລ້ອມ ເປັນຜູ້ຊີ້ນໍາໂຄງການກະສິກຳເພື່ອໂພຊະນາການ ປະຈໍາເມືອງປາກແບງ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສີໂສວັດ ພັນດານຸວົງ ຜູ້ປະສານງານໂຄງການຂັ້ນສູນກາງ, ທີ່ປຶກສາ ແລະ ຊ່ຽວສານດ້ານພື້ນຖານໂຄງລ່າງຂັ້ນສູນກາງ, ໂດຍມີຜູ້ປະສານງານໂຄງການຂັ້ນແຂວງ, ມີຜູ້ແທນຕາງໜ້າຈາກຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ, ຄະນະຊີ້ນໍາໂຄງການຂັ້ນເມືອງ, ນາຍບ້ານ ແລະ ຄະນະໂພຊະນາການຂັ້ນບ້ານ ຈາກ ບ້ານ ກອນລາງ (ບ້ານເປົ້າໝາຍຂອງໂຄງການ) ເຂົ້າຮ່ວມຢາງພ້ອມພຽງ. ຜູ້ເຂົ້າກອງປະຊຸມທັງໝົດລວມມີ 21 ທ່ານ (ຍິງ 4 ທ່ານ).
ທີ່ຫ້ອງປະຊຸມກໍໄດ້ຮັບຟັງການລາຍງານຫຍໍ້ ຜົນການລົງສໍາຫຼວດ-ອອກແບບພື້ນຖານໂຄງລ່າງ ລະບົບຊົນນລະປະທານ ແລະ ນໍ້າລິນສະອາດ ຢູ່ 5 ບ້ານເປົ້າໝາຍປີ 2024ໂຄງການ ຄື: ບ້ານ ກອນລາງ, ກອງວາງ, ຈອມແລງໃຫຍ່, ພູຊ້າງ ແລະ ບ້ານ ພູຫູງ ເພື່ອນໍາຂຽນບົດສະເໝີ ແລະ ອອກແບບລະບົບຊົນລະປະທານ, ລະບົບນໍ້າລິນສະອາດ.
ຜ່ານກອງປະຊຸມກໍໄດ້ເຫັນດີເຊັນຮັບຮອງເອົາບົດສະເໜີ ແລະ ການອອກແບບ "ໂຄງການສ້ອມແປງລະບົບຊົນລະປະທານ ເປັນບູລິມະສິດຂອງ ບ້ານ ກອນລາງ " ເຊິ່ງຄາດວ່າມີຜູ້ທີ່ຈະໄດ້ຮັບຜົນປະໂຫຍດໂດຍກົງຈາກໂຄງການນີ້ ທັງໝົດ 66 ຄົວເຮືອນ/ຄົນ. See
🌾ມອບຮັບແນວພັນ, ອາຫານ ແລະ ອຸປະກອນໃຫ້ກຸ່ມຜະລິດ 3 ບ້ານ🌾
ໃນເດືອນ ສິງຫາ ທີ່ຜ່ານມາໂຄງການກະສິກຳເພື່ອໂພສະນາການໄລຍະ2ປະຈຳເມືອງກະລຶມ ແຂວງເຊກອງ ໄດ້ສົມທົບກັບຫ້ອງການກະສິກຳ - ສິ່ງແວດລ້ອມເມືອງ ໂດຍສະເພາະໜ່ວຍງານ ລ້ຽງສັດ ແລະ ຜູ້ປະການຄູ່ຮ່ວມສັນຍາກັບກຸ່ມຜະລິດ, ລົງມອບຮັບແນວພັນ - ອາຫານ ແລະ ອຸປະກອນໃຫ້ກຸ່ມຜະລິດໃນ 3 ບ້ານ ອາຣອງ, ຫານອງ, ບ້ານ ໂລຍ ລວມຈຳນວນ 4 ກຸ່ມ ລະອຽດແນວພັນ, ອາຫານ ແລະ ອຸປະກອນທີ່ມອບມີດັ່ງນີ້:
1/ ກຸ່ມລ້ຽງໝູ ບ້ານ ອາຣອງ ຈຳນວນໝູ 30 ໂຕ, ອາຫານ 15 ສອບ.
2/ ກຸ່ມລ້ຽງໝູ ບ້ານ ຫານອງ ຈຳນວນໝູ 30 ໂຕ, ອາຫານ 15 ສອບ.
3/ ກຸ່ມລ້ຽງໄກ່ ບ້ານ ຫານອງ ຈຳນວນໄກ່ 240 ໂຕ, ອາຫານ 15 ສອບ ແລະ ປູນຂາວ 15 ສອບ.
4/ ກຸ່ມລ້ຽງໝູ ບ້ານ ໂລຍ ຈຳນວນໝູ 30 ໂຕ, ອາຫານ 15 ສອບ.
ການລົງມອບໃນຄັ້ງນີ້ທ່ານຮອງປະສານງານ ແລະ ພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງກໍ່ໄດ້ໃຫ້ຄຳແນະນຳຕໍ່ສະມະຊິກກຸ່ມ,ຄົວເຮືອນເປົ້າໝາຍໃຫ້ເອົາໃຈໃສດູແລຮັກສາສັດທີ່ໄດ້ຮັບພ້ອມທັງແນະນຳໃຫ້ສະມະຊິກກຸ່ມປັບປຸງຄອກ ແລະ ອະນາໄມ້ຄອກເປັນປະຈຳເພື່ອໃຫ້ສັດມີສຸຂະພາບແຂງແຮງເກີດດອກອອກຜົນ ນອກນີ້ຍັງໄດ້ນີ້ນໃຫ້ອົງການປົກຄອງບ້ານ, ຄະນະໂພສະນາການບ້ານ, ຜູ້ອຳນວຍຄວາມສະດວກບ້ານ ແລະ ວິຊາການກະສິກຳບ້ານຊ່ວຍໃນການຊຸກຍູ້ຕິດຕາມໃຫ້ຄຳແນະນຳສະມະຊິດກຸ່ມຕື່ມ ແລະ ສ່ອງແສງລາຍງານສະພາບການຈັດຕັ້ງປະຕິບັດໃນແຕ່ລະໄລຍະ.
ໂຄງການກະສິກຳເພື່ອໂພຊະນາການ ໄລຍະ2 ປະຈຳ ເມືອງ ສະໜາມໄຊ ຈັດກອງປະຊຸມເວທີຜູ້ມີສ່ວນຮ່ວມຫຼາຍຝ່າຍ (MSP) ຮ່ວມກັບໂຄງການ
ກອງປະຊຸມເວທີຜູ້ມີສ່ວນຮ່ວມຫຼາຍຝ່າຍ (Multi-Stakeholder Platform: MSP) ຂອງໂຄງການກະສິກຳເພື່ອໂພຊະນາການ ໄລຍະ 2 (AFN II) ໄດ້ຈັດຂຶ້ນຢ່າງເປັນທາງການຢູ່ທີ່ ເມືອງ ສະໜາມໄຊ, ແຂວງ ອັດຕະປື ເປັນເວລາ 2 ວັນ ເລີ່ມຕັ້ງແຕ່ວັນທີ 01-02 ກັນຍາ 2026.
ກອງປະຊຸມດັ່ງກ່າວໄດ້ຮັບກຽດເປີດຢ່າງເປັນທາງການໂດຍ ທ່ານ ຫຼິນທາ ຈັນມະວົງສີ ຮອງປະທານຄະນະກຳມະການປົກຄອງເມືອງ ແລະ ທັງເປັນປະທານຊີ້ນຳໂຄງການໂຄງການຂັ້ນເມືອງ. ຈຸດປະສົງຫຼັກແມ່ນເພື່ອສະເໜີຄວາມເປັນມາ, ເປົ້າໝາຍຂອງໂຄງການ AFN II, ພ້ອມທັງສ້າງພື້ນຖານຄວາມເຂົ້າໃຈກ່ຽວກັບເງື່ອນໄຂ, ຮູບແບບການສະໜັບສະໜູນ MSME, ແລະ ສົ່ງເສີມການເຊື່ອມໂຍງຕະຫຼາດ ແລະ ກຸ່ມຜະລິດ (APG) ເພື່ອເພີ່ມທະວີຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ໂພຊະນາການໃນທ້ອງຖິ່ນ.
ເນື້ອໃນສຳຄັນຂອງການຈັດກອງປະຊຸມ 2 ວັນ:
ວັນທີ 01 ກັນຍາ 2026:
ຕອນເຊົ້າ: ມີການສະເໜີພາບລວມໂຄງການ, ອະທິບາຍຂັ້ນຕອນ ແລະ ຮູບແບບການສະໜັບສະໜູນ MSME ໂດຍທີມງານຂັ້ນແຂວງ ແລະ ເມືອງ, ພ້ອມທັງເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສົນທະນາ, ຖາມ-ຕອບ ເພື່ອແລກປ່ຽນຄຳຄິດເຫັນ.
ຕອນບ່າຍ: ມີການຈັດກຸ່ມ ເພື່ອປະເມີນຕົ້ນທຶນ, ປະລິມານ, ຄຸນນະພາບ, ລາຄາ ແລະ ແຜນປັບປຸງໃນແບບຟອມ, ພ້ອມທັງນຳສະເໜີຜົນການສົນທະນາກຸ່ມຢ່າງຟົດຟື້ນ.
ວັນທີ 02 ກັນຍາ 2026:
ຕອນເຊົ້າ: ທົບທວນ ແລະ ສະຫຼຸບຜົນຈາກມື້ທຳອິດ, ຈາກນັ້ນໄດ້ສືບຕໍ່ປະຊຸມກຸ່ມເຈລະຈາ ແລະ ເຮັດສັນຍາຊື້-ຂາຍ, ພ້ອມທັງທົບທວນ, ທົດລອງຮ່າງສັນຍາ ແລະ ທົບທວນເງື່ອນໄຂໃບຮັບຮອງຕ່າງໆ.
ຕອນບ່າຍ: ໄດ້ມີການນຳສະເໜີ ແລະ ການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ຫຼື ບົດບັນທຶກການຊື້-ຂາຍຈິງ. ຫຼັງຈາກນັ້ນ, ທ່ານ ຫຼິນທາ ຈັນມະວົງສີ ໄດ້ກ່າວສະຫຼຸບ, ມອບໝາຍວຽກງານ ແລະ ປິດກອງປະຊຸມຢ່າງເປັນທາງການ.
ກອງປະຊຸມ MSP ໃນຄັ້ງນີ້ ຖືເປັນກ້າວສຳຄັນໃນການສ້າງພັນທະມິດ ແລະ ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງຂະແໜງການລັດ, ຜູ້ປະກອບການ (MSME) ແລະ ກຸ່ມຜະລິດ (APG) ເພື່ອຍົກລະດັບຊີວິດຄວາມເປັນຢູ່ ແລະ ໂພຊະນາການຂອງປະຊາຊົນໃນເມືອງ ສະໜາມໄຊ ໃຫ້ດີຂຶ້ນຢ່າງຍືນຍົງ.
ໂຄງການກະສິກຳເພື່ອໂພຊະນາການໄລຍະ2ປະຈຳເມືອງຕະໂອ້ຍ
📢ປະກາດຮັບສະຫມັກ ຕຳແຫນ່ງພະນັກງານ ຈັດຊື້-ຈັດຈ້າງ 1 ຕຳແຫນ່ງ
Implementation Partners










