ໂຄງການກະສິກຳເພື່ອໂພຊະນາການໄລຍະ 2

Agriculture for Nutrition Project Phase II

ສົ່ງເສີມຄວາມໝັ້ນຄົງດ້ານສະບຽງອາຫານ, ໂພຊະນາການ, ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມທຸກຍາກ ໃຫ້ແກ່ປະຊາຊົນ ຢູ່ໃນ ສປປ ລາວ

ກ່ຽວກັບໂຄງການ

ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 (AFN II) ແມ່ນໂຄງການສືບຕໍ່ຈາກໂຄງການກະສິກຳເພື່ອໂພຊະນາການໄລຍະ 1 ທີ່ໄດ້ຮັບທຶນສະຫນັບສະຫນູນຈາກ ກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ແລະ ອົງການອາຫານໂລກ (WFP). ລັດຖະບານແຫ່ງ ສປປ ລາວ ໄດ້ຮັບທຶນຊ່ວຍເຫຼືອລ້າເພິ້ມອີກຈາກ ອົງການແຜນງານກະສິກຳ ແລະ ຄ້ຳສະບຽງອາຫານໂລກ (GAFSP) ຈຳນວນ 20 ລ້ານໂດລາສະຫະລັດ ແລະ ທຶນກູ້ຢືມຈາກ  ກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ຈຳນວນ 13,2 ລ້ານໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດໂຄງການໄລຍະ 2.

ອົງການຜູ້ໃຫ້ທຶນ

Agriculture For Nutrition Project Phase II - AFN II

5 hours 4 seconds ago

🌟 ຝຶກອົບຮົມຄູຝຶກ ກ່ຽວກັບການນຳໃຊ້ເຄື່ອງມື ລະບົບການຮຽນຮູ້ ການປະຕິບັດຕົວຈິງ ດ້ານບົດບາດຍິງ-ຊາຍ 🌟 ໃນລະຫວ່າງວັນທີ 25 ພະຈິກ 2025, ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ໄດ້ຈັດການຝຶກອົບຮົມຄູຝຶກ ກ່ຽວກັບການນຳໃຊ້ເຄື່ອງມື ລະບົບການຮຽນຮູ້ ການປະຕິບັດຕົວຈິງ ດ້ານບົດບາດຍິງ-ຊາຍ ຂຶ້ນ ຢູ່ທີ່ ທ່າລາດ, ແຂວງວຽງຈັນ ໂດຍການເປັນປະທ່ານກ່າວເປີດການຝຶກອົບຮົມໂດຍ ທ່ານ ກຣຸງສີວິໄລ

Agriculture For Nutrition Project Phase II - AFN II

1 day 9 hours ago

📣 ກອງປະຊຸມລິເລິ້ມການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ຈາກຜູ້ໃຫ້ທຶນ ກອງປະຊຸມຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ຄັ້ງທີ 3 ຈາກຜູ້ໃຫ້ທຶນ (ອົງການ IFAD) ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 24 ພະຈິກ 2025 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ສຸນະເດດ ສຸກຈະເລີນ, ຮອງຫົວຫນ້າກົມແຜນການ ແລະ ການຮ່ວມມື, ກະຊວງກະສິກຳ

Agriculture For Nutrition Project Phase II - AFN II

1 day 9 hours ago

ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ເມືອງແບງ - AFN II Beng District ໃນທ້າຍເດືອນຕຸລາ(10) ປີ 2025 ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ເມືອງແບງ - AFN II Beng District ໄດ້ລົງມອເງີນທຶນສວນຄົວ ໃຫ້ກຸ່ມເປົ້າໝາຍແມ່ມານ - ແມ່ລູກອ່ອນລຸ່ມ 2 ປີ

Agriculture For Nutrition Project Phase II - AFN II

4 days 1 hour ago

ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ເມືອງຕະໂອ້ຍ - AFN II TaOy • ສຳເລັດມອບ-ຮັບພໍ່ພັນແມ່ພັນແບ້, ພໍ່ພັນແມ່ພັນໄກ່, ແນວພັນປາ ພ້ອມດ້ວຍອຸປະກອນການລ້ຽງໃຫ້ແກ່ກຸ່ມເປົ້າຫມາຍໂຄງການ ປີ 2024-2025 ມີ 12 ບ້ານ 18 ກຸ່ມຄື: ແບ້ 10 ກຸ່ມ, ໄກ່ 6 ກຸ່ມ,

ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການ