ໂຄງການກະສິກຳເພື່ອໂພຊະນາການໄລຍະ 2
Agriculture for Nutrition Project Phase II
ສົ່ງເສີມຄວາມໝັ້ນຄົງດ້ານສະບຽງອາຫານ,
ໂພຊະນາການ, ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ສ້າງລາຍລາຍຮັບໃຫ້ແກ່ປະຊາຊົນ
ກ່ຽວກັບໂຄງການ
ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 (AFN II) ແມ່ນໂຄງການສືບຕໍ່ຈາກໂຄງການກະສິກຳເພື່ອໂພຊະນາການໄລຍະ 1 ທີ່ໄດ້ຮັບທຶນສະຫນັບສະຫນູນຈາກ ກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ແລະ ອົງການອາຫານໂລກ (WFP). ລັດຖະບານແຫ່ງ ສປປ ລາວ ໄດ້ຮັບທຶນຊ່ວຍເຫຼືອລ້າເພິ້ມອີກຈາກ ອົງການແຜນງານກະສິກຳ ແລະ ຄ້ຳສະບຽງອາຫານໂລກ (GAFSP) ຈຳນວນ 20 ລ້ານໂດລາສະຫະລັດ ແລະ ທຶນກູ້ຢືມຈາກ ກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ຈຳນວນ 13,2 ລ້ານໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດໂຄງການໄລຍະ 2.
ອົງການຜູ້ໃຫ້ທຶນ




ປື້ມຄູ່ມື ແລະ ເອກະສານໂຄງການ
#IFAD Office of Technical Delivery Visits Lao PDR -------- We were pleased to welcome the IFAD Office of Technical Delivery (OTD) in Lao PDR from
ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ເມືອງລະມາມ - AFN II Lamam
ໂຄງການກະສິກຳເພື່ອໂພສະນາການໄລຍະ2
ສຳເລັດການມອບແນວພັນໝູ 36 ໂຕ ພ້ອມຫົວອາຫານໝູ 18 ສອບ ແລະ ອຸປະກອນຄື: ສັງກະສີ 198 ແຜ່ນ , ເຫຼັກຕະປູ 36 ໂລ, ຕະປູກຸບ 72 ກັບ ໃຫ້ກຸ່ມຜະລິດບ້ານຫ້ວຍອາ-ວັງຊ້າງ ເມືອງລະມາມ ຈຳນວນ 15 ຄອບຄົວ.
ໃນຖານະຄູ່ຮ່ວມຈັດຕັ້ງປະຕິບັດງານຂອງ #ໂຄງການກະສິກໍາເພື່ອໂພຊະນາການໄລຍະ 2 (#AFN-II), #ສູນເພື່ອການພັດທະນາແລະສິ່ງແວດລ້ອມ (#CDE) ແລະ #ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (#NAFRI) ໄດ້ພັດທະນາວິທີການປະເມີນ ການມີຢູ່, ສະຖານະພາບການອະນຸລັກ ແລະ ຄວາມເຂົ້າໃຈກ່ຽວກັບຄວາມສໍາຄັນຂອງອາຫານປ່າ (#ເຄື່ອງປ່າຂອງດົງ) ແລະ ສັດນໍ້າຢູ່ໃນ #ປະເທດລາວ. ໂດຍໄດ້ທົດລອງນໍາໃຊ້ວິທີການດັ່ງກ່າວໃນວັນທີ 30 ຕຸລາຜ່ານມາຢູ່ທີ່ ນ້ຳຊວງ
🌱🐓🦆🐟#ໂຄງການກະສິກຳເພື່ອໂພຊະນາການໄລຍະ2ເມືອງຊານໄຊ ໄດ້ສໍາເລັດການລົງຊຸກຍູ້ຕິດຕາມການກຽມຄວາມພ້ອມກ່ອນການໄດ້ຮັບທຶນສວນຄົວ ຈຳນວນ 710 ທຶນ ໃນ 15 ບ້ານເປົ້າໝາຍໂຄງການປີ2025
ໂຄງການກະສິກຳເພື່ອໂພຊະນາການໄລຍະ 2 ເມືອງກະລຶມ - AFN II Kaleum
----------
🥬ມອບຮັບອຸປະກອນ ແລະ ແນວພັນໃຫ້ກຸ່ມປູກກະລ່ຳປີ ບ້ານ ແຈຼະ🥬
ໃນວັນທີ 24/10/2025 ໂຄງການກະສິກຳເພື່ອໂພສະນາການໄລຍະ2 ປະຈຳເມືອງກະລຶມໄດ້ມອບຮັບແນວພັນ ແລະ ອຸປະກອນໃຫ້ແກ່ກຸ່ມປູກກະລ່ຳປີ ບ້ານ ແຈຼະ ໃຫ້ກຽດລົງມອບໃນຄັ້ງນີ້ໂດຍທ່ານ ໜູການ ໄຂພັນຫຼ່ຽມ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ທັງເປັນຜູ້ປະສານງານໂຄງການຂັ້ນເມືອງ ມີຜູ້ເຂົ້າຮ່ວມ ອົງການປົກຄອງບ້ານ, ສະມະຊິກກຸ່ມ, ວິຊາການຂັ້ນເມືອງ ແລະ ຜູ້ປະກອບການລວມທັງໝົດ 21 ທ່ານ, ຍີງ 14 ທ່ານ ອຸກະກອນທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ແນວພັນກະລ່ຳປີ 30 ປ໋ອງ, ກະຝຸຍ 15 ໜ່ວຍ, ຈົກ 15 ດວງ, ຊ້ວນ 15 ດວງ, ສຽມ 15 ດວງ, ບົວຫົດ 15 ໜ່ວຍ, ທໍ່ຢາງ 15 ໂຄ້ງ, ຕາໜ່າງຂຽວ 60 ດາງ ແລະ ປູນຂາວຂ້າເຊື້ອ 30 ສອບ.
ການລົງມອບໃນຄັ້ງນີ້ທ່ານປະສານງານໂຄງການຂັ້ນເມືອງກໍ່ໄດ້ໃຫ້ຄຳແນະນຳຕໍ່ສະມະຊິກກຸ່ມ/ຄົວເຮືອນເປົ້າໝາຍໃຫ້ຮີບຮ້ອນໃນການຈັດຕັ້ງປະຕິບັດການປູກໃຫ້ທ້ວງທັນກັບລະດູການ, ໃຫ້ເກີດດອກອອກຜົນ ແລະ ໃຫ້ທາງອົງການປົກຄອງບ້ານ, ຄະນະໂພສະນາການບ້ານ, ຜູ້ອຳນວຍຄວາມສະດວກບ້ານ ແລະ ວິຊາການບ້ານຊ່ວຍຊຸກຍູ້ຕິດຕາມພ້ອມສ່ອງແສງລາຍງານການຈັດຕັ້ງປະຕິບັດຂອງກຸ່ມດັ່ງກ່າວ.
ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການ










